ມ2 ພາກທີ 1 ບົດທີ 1-10 ໝົດຫົວ 64 ໜ້າ

Published on Sep 01, 2026

ມ2 ພາກທີ 1 ບົດທີ 1-10 ໝົດຫົວ 64 ໜ້າ

ມ2 ພາກທີ 1 ບົດທີ 1-10 ໝົດຫົວ 64 ໜ້າ - PDF to Chatbot

Published on Sep 01, 2026

Description:

ປ ຶ້ມຄ ູ່ມືຄ ພາສາລາວ ຊັຶ້ນມັດທະຍົມສ ກສາ ປີທີ 2 (ສະບັບທົດລອງ ພາກຮຽນທີ I) ກະຊວງສ ກສາທິການ ແລະ ກິລາ ສະຖາບັນຄົຶ້ນຄວຶ້າວິທະຍາສາດການສ ກສາ 2022ປ ຶ້ມຄ ູ່ມືຄ ພາສາລາວ ຊັຶ້ນມັດທະຍົມສ ກສາ ປີທີ 2 (ສະບັບທົດລອງ ພາກຮຽນທີ I) ຮຽບຮຽງໂດຍ: ບຸນລ້ອມ ສີບຸນເຮືອງ ຄໍາເວີນ ພັນມາລາ ບຸນຫຼາຍ ທຽວມາລາວົງ ທີີ່ປຶກສາ: ປິງຄໍາ ສີສຸວັນ ຮສ. ຄໍາຮຸີ່ງ ແສນມະນີ ກາລະທອນ ກວຍເກສອນ ກວດແກ້ໂດຍ: ປອ. ອີ່ອນແກ້ວ ນວນນະວົງ ພອນສິຣິ ອຸໄທວັນ ໂດຍການຮີ່ວມມືຈາກ: ແຫວນເພັດ ສີສຸລາດ ພວງສຸກ ໄຊຍະບຸນ ສຸລິກັນ ທໍາມະວົງ ພິມເຂົ້າໜ້າໂດຍ: ຮິີ່ນພັນ ພົນລໍາເງິນ. ກະຊວງສຶກສາທິການ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ 2022ຄໍານໍາ ເພືີ່ອເປັນການປັບປຸງການຮຽນການສອນພາສາລາວໃຫ້ມີຄຸນນະພາບ ແລະ ຊີ່ວຍຄູໃນການສ ສອນແບບເອົານັກຮຽນເປັນໃຈກາງ ການນໍາໃຊ້ຍຸດທະວິທີ ເຕັກນິກເຂົ້າໃນການສອນ. ສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ ໄດ້ສໍາເລັດການຮຽບຮຽງປຶ້ມຄູີ່ມືຄູພາສາລາວຊັ້ນມັດທະຍົມສຶກສາປີທີ 2 ສະບັບທົດລອງເພືີ່ອໃຫ້ຄູໄດ້ນໍາໃຊ້ເຂົ້າໃນການສອນ. ປຶ້ມນີ້ໄດ້ປະຕິບັດການສອນແບບເອົານັກຮຽນ ເປັນໃຈກາງ ໂດຍເລືອກເອົາຍຸດທະວິທີ ທີີ່ສອດຄີ່ອງກັບແຕີ່ລະເນື້ອໃນມາເປັນກິດຈະກໍາໃນການສອນ. ການຮຽບຮຽງປຶ້ມຄູີ່ມືຄູສະບັບນີ້ໄດ້ຮັບການຮີ່ວມມືຈາກຫຼາຍພາກສີ່ວນເຊັີ່ນ: ກົມສາມັນສຶກສາ, ມະຫາວິທະຍາໄລແຫີ່ງຊາດ, ຄູສອນຈາກໂຮງຮຽນມັດທະຍົມສົມບູນວຽງຈັນ ແລະ ຜູ້ຊີ່ຽວຊານວິຊາ ພາສາລາວໃນໂຄງການ. ປຶ້ມຄູີ່ມືຄູພາສາລາວທີີ່ມີຢູີ່ແລ້ວກໍເວົ້າວີ່າ ນໍາໃຊ້ການສອນແບບເອົານັກຮຽນ ເປັນໃຈກາງ ແຕີ່ວີ່າ,ການສອນຕົວຈິງຄູຍັງບໍີ່ໄດ້ໃຊ້ວິທີການທີີ່ຫຼາກຫຼາຍ, ບໍີ່ໄດ້ກໍານົດກິດຈະກໍາໃຫ້ ນັກຮຽນໄດ້ປະຕິບັດ ເພືີ່ອບົີ່ງບອກວີ່າການຮຽນທີີ່ເອົານັກຮຽນໃຈກາງ. ບາງກິດຈະກໍາທີີ່ເຮັດໄດ້ກໍຍັງບໍີ່ ທັນຊັດເຈນ ຫຼືໄດ້ແຕີ່ຮູບນອກດ້ານເນື້ອໃນຍັງບໍີ່ໄດ້ເຊັີ່ນ: ກິດຈະກໍາກຸີ່ມ ກໍພຽງແຕີ່ເອົານັກຮຽນນັີ່ງເປັນ ກຸີ່ມແລ້ວ ຄູກໍສອນໄປຕາມຮູບການເດີມຈົນນັກຮຽນບໍີ່ໄດ້ເຮັດກິດຈະກໍາ ທີີ່ບົີ່ງບອກເຖິງຄວາມຮູ້ທີີ່ໄດ້ຕັ້ງ ໜ້າເປັນເຈົ້າການຮຽນເອົາຄວາມຮູ້. ປຶ້ມຄູີ່ມືຄູຫົວນີ້ ຈະຊີ່ວຍໃຫ້ການປະຕິບັດຕາມຍຸດທະສາດການສອນ ແບບເອົານັກຮຽນເປັນໃຈກາງປະສົບຜົນສໍາເລັດ ດ້ວຍນໍາໃຊ້ຍຸດທະວິທີຫຼາຍຮູບແບບທີີ່ສອດຄີ່ອງກັບ ເນື້ອໃນການຮຽນມາເປັນກິດຈະກໍາການສອນ ເຊັີ່ນ: ວິທີສອນແບບປະຕິສໍາພັນ, ລະດົມສະໝອງ, ຄົ້ນຄວ້າເປັນກຸີ່ມ, ຄິດເອງ, ສົນທະນາເປັນຄູີ່, ແລກປີ່ຽນກັບໝູີ່ເພືີ່ອນ, ຖາມ-ຕອບ, ໃຫ້ຄໍາແນະນໍາ, ເຮັດ ກິດຈະກໍາ, ກວດຜົນງານ, ປັບປຸງແກ້ໄຂ, ສະທ້ອນໃຫ້ເຫັນຄວາມຮູ້ທີີ່ຖືກຕ້ອງ ແລະ ອືີ່ນໆ ເພືີ່ອເອົາມາ ເປັນກິດຈະກໍາໃຫ້ນັກຮຽນໄດ້ປະຕິບັດຢີ່າງຕັ້ງໜ້າເພືີ່ອບັນລຸຕາມຈຸດປະສົງ. ໂຄງສ້າງປຶ້ມຄູີ່ມືຄູນີ້ໄດ້ແນະນໍາເປັນພາກຕາມເນື້ອໃນຂອງປຶ້ມແບບຮຽນ: ພາກທີ I ການອີ່ານ, ພາກທີ II ການຂຽນ/ຫັດແຕີ່ງ, ພາກທີ III ການຟັງ ແລະ ການເວົ້າ, ພາກທີIV ຫຼັກການໃຊ້ພາສາ. ແຕີ່ ລະພາກປະກອບດ້ວຍ 3 ຫົວຂໍ້ບົີ່ງບອກເນື້ອໃນທີີ່ສໍາຄັນຄື: I. ຜົນສໍາເລັດທາງດ້ານການຮຽນ. II. ສະມັດຖະພາບທາງດ້ານການຮຽນ. III. ແຜນການຈັດການຮຽນການສອນແຕີ່ລະບົດໂດຍລະອຽດ. ເຖິງຢີ່າງໃດກໍຕາມ ການຮຽບຮຽງປຶ້ມຄູີ່ມືຄູໃນຄັ້ງນີ້ ກໍຄົງບໍີ່ປາສະຈາກຂໍ້ຂາດຕົກບົກພີ່ອງໄດ້ຍ້ອນ ເຫດຜົນທາງດ້ານປະສົບການ ແລະ ເວລາການຮຽບຮຽງກໍຈໍາກັດ. ສະນັ້ນ, ໃນບັ້ນການທົດລອງນໍາໃຊ້ ປຶ້ມແນະນໍາຄູໃນພາກຮຽນທີ 1 ຂອງສົກຮຽນ 2021-22 ນີ້ ຂໍໃຫ້ຄູອາຈານຜູ້ນໍາໃຊ້ຕົວຈິງ ແລະ ທຸກ ພາກສີ່ວນທີີ່ກີ່ຽວຂ້ອງກັບການທົດລອງຊີ່ວຍໃຫ້ຄໍາແນະນໍາ ປະກອບຄໍາຄິດເຫັນ ແລະ ຕໍານິຕິຊົມ ເພືີ່ອ ຄະນະຮຽບຮຽງຈະໄດ້ປັບປຸງແກ້ໄຂໃຫ້ດີຂຶ້ນ ແລ້ວຈັດພິມອອກນໍາໃຊ້ຂັ້ນຕໍີ່ໄປ. ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາສາລະບານ ໜຶ້າ ພາກທີ I ການອູ່ານ I. ຜົນສໍາເລັດທາງດ້ານການຮຽນ 1 II. ສະມັດຖະພາບທາງດ້ານການຮຽນ 1 III. ກິດຈະກໍາການຮຽນການສອນ 2 ບົດທີ 1 ການອີ່ານ ຄໍາຮ້ອຍແກ້ວ 3 ບົດທີ 2 ການອີ່ານຄໍາຮ້ອຍກອງ 10 ພາກທີ II ການຂຽນ/ຫັດແຕູ່ງ I. ຜົນສໍາເລັດທາງດ້ານການຮຽນ 15 II. ສະມັດຖະພາບທາງດ້ານການຮຽນ 15 III. ກິດຈະກໍາການຮຽນການສອນ 19 ບົດທີ 3 ການຂຽນບັດເຊີນ ແລະ ປະກາດແຈ້ງການ 20 ບົດທີ 4 ການຂຽນຄໍາຂວັນ, ຄໍາຄົມ ແລະ ຄະຕິພົດ 25 ບົດທີ 5 ການຂຽນໄປສະນີຍະບັດ ແລະ ຄໍາອວຍພອນ 30 ບົດທີ 6 ການຂຽນບົດບັນທຶກປະຈໍາວັນ 34 ບົດທີ 7 ການຂຽນຈົດໝາຍພົວພັນວຽກ 39 ບົດທີ 8 ການຂຽນບົດລາຍງານ 44 ບົດທີ 9 ການຂຽນສະແດງຄວາມຮູ້ສຶກຈາກປະສົບການ 49 ບົດທີ 10 ການຂຽນເລືີ່ອງຕາມຈິນຕະນາການ 541 I. ຜົນສໍາເລັດດຶ້ານການຮຽນ 1. ມາດຕະຖານເນືຶ້ອໃນ: ນັກຮຽນສະແດງໃຫ້ເຫັນເຖິງຄວາມໝາຍຂອງຄໍາຮ້ອຍແກ້ວ, ຮ້ອຍກອງ, ຫຼັກການ ແລະ ວິທີ ອີ່ານຄໍາຮ້ອຍແກ້ວ, ຮ້ອຍກອງ ແລະ ອີ່ານບົດທີີ່ປະພັນເປັນຄໍາຮ້ອຍແກ້ວ, ຮ້ອຍກອງປະເພດຕີ່າງໆ. 2. ມາດຕະຖານການປະຕິບັດ: ນັກຮຽນສາມາດອະທິບາຍຄວາມໝາຍຂອງຄໍາຮ້ອຍແກ້ວ, ຮ້ອຍກອງ, ຮູ້ຫຼັກການ ແລະ ວິທີ ອີ່ານຄໍາຮ້ອຍແກ້ວ, ຮ້ອຍກອງ ແລະ ສາມາດອີ່ານບົດທີີ່ປະພັນເປັນຄໍາຮ້ອຍແກ້ວ, ຮ້ອຍກອງປະເພດ ຕີ່າງໆ. II. ສະມັດຖະພາບດຶ້ານການຮຽນ ເນືຶ້ອໃນ ສະມັດຖະພາບ ວິຊາ: ພາສາລາວ ມ.2 ພາກທີ I ການອູ່ານ ບົດທີ 1 ການອູ່ານຄໍາຮຶ້ອຍແກຶ້ວ 1. ຄວາມໝາຍຂອງຄໍາຮຶ້ອຍແກຶ້ວ 2. ຫ ັກການໃນການອູ່ານຄໍາຮຶ້ອຍແກຶ້ວ 3. ວິທີການອູ່ານຄໍາຮຶ້ອຍແກຶ້ວ 3.1 ການອີ່ານບົດຄວາມ 3.2 ການອີ່ານນິທານ 3.3 ການອີ່ານເລືີ່ອງສັ້ນ •ອະທິບາຍ ແລະ ສະແດງໃຫ້ເຫັນຄວາມໝາຍ ແລະ ຄວາມສໍາຄັນຂອງການອີ່ານຄໍາຮ້ອຍແກ້ວ ໄດ້. •ບອກຫຼັກການ ແລະ ວິທີການອີ່ານປະເພດຄໍາ ຮ້ອຍແກ້ວໄດ້. • ອີ່ານຄໍາຮ້ອຍແກ້ວໄດ້ລີ່ຽນໄຫຼ ແລະ ແຈີ່ມແຈ້ງ. •ອະທິບາຍຄວາມໝາຍ ແລະ ຕີຄວາມ ຂອງບົດ ຄວາມ, ເລືີ່ອງເລົີ່າ ແລະ ເລືີ່ອງສັ້ນໄດ້. •ສະແດງການເຮັດວຽກແບບເປັນກຸີ່ມ ແລະ ມີ ແນວຄິດສ້າງສັນ ໂດຍຜີ່ານການເຮັດກິດຈະກໍາ ຂອງກຸີ່ມໄດ້. •ຈັດແນວຄວາມຄິດຂອງຕົນ ແລະ ພັດທະນາ ທັກສະການວິເຄາະ ແລະ ການຄົ້ນຄິດທີີ່ສໍາຄັນ ຂອງການຕັດສິນໃຈໃນຊີວິດຈິງໄດ້. ພາກທີI ການອູ່ານ2 ບົດທີ 2 ການອູ່ານຄໍາຮຶ້ອຍກອງ 1. ຄວາມໝາຍຂອງຄໍາຮຶ້ອຍກອງ 2. ຫ ັກການໃນການອູ່ານຄໍາຮຶ້ອຍກອງ 3. ວິທີອູ່ານຄໍາຮຶ້ອຍກອງ 3.1 ການອີ່ານກາບ 3.2 ການອີ່ານກອນ 3.3 ການອີ່ານໂຄງ 3.4 ການອີ່ານສານ • ອະທິບາຍ ແລະ ສະແດງໃຫ້ເຫັນຄວາມໝາຍ ຂອງຄໍາຮ້ອຍກອງໄດ້. •ບອກຫຼັກການ ແລະ ວິທີຂອງການອີ່ານ ປະເພດຄໍາຮ້ອຍກອງໄດ້. • ອີ່ານອອກສຽງຄໍາຮ້ອຍກອງຖືກຈັງຫວະ, ອີ່ອນໂຍນ, ແຈີ່ມແຈ້ງ ແລະ ອະທິບາຍຄວາມ ໝາຍໄດ້. •ສະແດງການເຮັດວຽກແບບເປັນກຸີ່ມ ແລະ ມີ ແນວຄິດສ້າງສັນ ໂດຍຜີ່ານການເຮັດກິດຈະກໍາ ຂອງກຸີ່ມໄດ້. • ຈັດແນວຄວາມຄິດຂອງຕົນ ແລະ ພັດທະນາ ທັກສະການວິເຄາະ ແລະ ການຄົ້ນຄິດທີີ່ສໍາຄັນ ຂອງການຕັດສິນໃຈໃນຊີວິດຈິງໄດ້. III. ກິດຈະກໍາການຈັດການຮຽນການສອນ ການສອນທີີ່ເນັ້ນເອົານັກຮຽນເປັນໃຈກາງ ໂດຍນໍາໃຊ້ວິທີການສອນ 15 ວິທີ ເຊັີ່ນ: ວິທີການສອນ ແບບສົນທະນາເປັນກຸີ່ມຍີ່ອຍ ແລະ ການສອນແບບສົນທະນາກຸີ່ມໃຫຍີ່ໃນພາກນີ້ ຈະໄດ້ຮຽນຮູ້ກີ່ຽວກັບ ການອີ່ານຄໍາຮ້ອຍແກ້ວ ແລະ ຮ້ອຍກອງ ເຊິີ່ງແບີ່ງອອກເປັນສອງບົດ ຄື: ການອີ່ານຄໍາຮ້ອຍແກ້ວ ແລະ ຄໍາຮ້ອຍກອງ.3 ບົດທີ 1: ນັກຮຽນຈະໄດ້ຮຽນຮູ້ຄວາມໝາຍຂອງຄໍາຮ້ອຍແກ້ວ, ຫຼັກການ ແລະ ວິທີອີ່ານຄໍາຮ້ອຍ ແກ້ວປະເພດ ບົດຄວາມ, ນິທານ ແລະ ເລືີ່ອງສັ້ນ. ນັກຮຽນຈະໄດ້ເຮັດກິດຈະກໍາລວມກຸີ່ມ ເພືີ່ອອີ່ານ ປະເພດບົດຄໍາຮ້ອຍແກ້ວເຫຼົີ່ານັ້ນໃຫ້ລີ່ຽນໄຫຼ ແລະ ສາມາດສະຫຼຸບເນື້ອເລືີ່ອງໄດ້. ບົດທີ 2: ນັກຮຽນຈະໄດ້ຮຽນຮູ້ຄວາມໝາຍຂອງຄໍາຮ້ອຍກອງ, ຫຼັກການ ແລະ ວິທີອີ່ານຄໍາຮ້ອຍ ກອງປະເພດກາບ, ກອນ, ໂຄງ, ສານ ຕີ່າງໆ. ນັກຮຽນຈະໄດ້ເຮັດກິດຈະກໍາລວມກຸີ່ມ ເພືີ່ອອີ່ານປະເພດ ບົດຄໍາຮ້ອຍກອງເຫຼົີ່ານັ້ນໃຫ້ລີ່ຽນໄຫຼ, ຖືກຈັງຫວະ ແລະ ສາມາດສະຫຼຸບເນື້ອເລືີ່ອງໄດ້.4 ເວລາ 6 ຊົູ່ວໂມງ 1. ຈຸດປະສົງ: ໃຫ້ນັກຮຽນສາມາດ: - ອະທິບາຍ ແລະ ສະແດງໃຫ້ເຫັນຄວາມໝາຍ ແລະ ຄວາມສໍາຄັນຂອງການອີ່ານຄໍາຮ້ອຍ ແກ້ວໄດ້. - ບອກຫຼັກການ ແລະ ວິທີການອີ່ານປະເພດຄໍາຮ້ອຍແກ້ວໄດ້. - ອີ່ານຄໍາຮ້ອຍແກ້ວໄດ້ລີ່ຽນໄຫຼ ແລະ ແຈີ່ມແຈ້ງ. - ອະທິບາຍຄວາມໝາຍ ແລະ ຕີຄວາມ ຂອງບົດຄວາມ, ເລືີ່ອງເລົີ່າ ແລະ ເລືີ່ອງສັ້ນໄດ້. - ສະແດງການເຮັດວຽກເປັນກຸີ່ມ ແລະ ມີແນວຄິດສ້າງສັນໂດຍຜີ່ານການເຮັດກິດຈະກໍາຂອງ ກຸີ່ມໄດ້. - ຈັດແນວຄວາມຄິດຂອງຕົນ ແລະ ພັດທະນາທັກສະການວິເຄາະ ແລະ ການຄົ້ນຄິດທີີ່ສໍາຄັນ ຂອງການຕັດສິນໃຈໃນຊີວິດຈິງໄດ້. 2. ເນືຶ້ອໃນ ຄໍາຮ້ອຍແກ້ວ ແມີ່ນບົດທີີ່ຂຽນເປັນຄໍາເວົ້າທໍາມະດາ ໂດຍບໍີ່ບັງຄັບການສໍາຜັດຄືປະເພດຄໍາຮ້ອຍ ກອງ ການອີ່ານຄໍາຮ້ອຍແກ້ວຕ້ອງອີ່ານໃຫ້ຖືກຕ້ອງຕາມອັກຂະຫຼະວິທີ ແລະ ສຽງຂອງພາສາ ເຊັີ່ນ: ອີ່ານ ບົດຂີ່າວ, ບົດຄວາມ, ບົດແຈ້ງການ, ບົດຖະແຫຼງການ, ບົດວິຈານເຫດການ, ນິທານ, ເລືີ່ອງສັ້ນ ແລະ ອືີ່ນໆ ເຮັດໃຫ້ຜູ້ຟັງມີຄວາມຮູ້ດ້ານວິຊາການ, ປະທັບໃຈ, ສະເທືອນໃຈ ແລະ ໃຫ້ຄຸນຄີ່າທາງອາລົມຈິດ. 3. ສືູ່ການຮຽນການສອນ - ປຶ້ມແບບຮຽນ ແລະ ຄູີ່ມືຄູພາສາລາວຊັ້ນ ມ.2 - ວັດຈະນານຸກົມພາສາລາວ. - ປຶ້ມເລືີ່ອງ, ນິທານ, ບົດຄວາມໃນໜັງສືພິມ ຫຼື ວາລະສານຕີ່າງໆຂອງລາວ. ບົດທີ1 ການອູ່ານຄໍາຮຶ້ອຍແກຶ້ວ5 4. ກິດຈະກໍາການຮຽນການສອນ ຊົູ່ວໂມງທີ 1 (ໃຊຶ້ເວລາ 50 ນາທີ) ຄວາມໝາຍ ແລະ ຫ ັກການອູ່ານຄໍາຮຶ້ອຍແກຶ້ວ ➢ ກິດຈະກໍາ 1: ທວນຄືນບົດຮຽນເກົູ່າ (10 ນາທີ) ຄສູ ະເໜີມື້ນີ້ແມີ່ນຊົີ່ວໂມງທໍາອິດຂອງການຮຽນພາສາລາວຊັ້ນ ມ.2. ຜີ່ານມານັກຮຽນກໍເຄີຍ ໄດ້ຮຽນຢູີ່ຊັ້ນ ມ.1 ແລ້ວ. ສະນັ້ນ, ຄູຈະຖາມວີ່າ: ນັກຮຽນໄດ້ຮຽນຮູ້ຫຍັງແດີ່ກີ່ຽວກັບພາສາລາວ? (ໃຫ້ ນັກຮຽນ 3-4 ຄົນຕອບຕາມຄວາມເຂົ້າໃຈ) ຄູຕິດຕາມຄໍາຕອບຂອງນັກຮຽນ, ຄູຖາມຕໍີ່ວີ່າ: ນັກຮຽນເຄີຍ ໄດ້ຍິນຄໍາວີ່າ: ທັກສະການຮຽນພາສາລາວ ຫຼື ບໍີ່? ຖ້າເຄີຍໄດ້ຍິນຈົີ່ງບອກມາເບິີ່ງວີ່າມີທັກສະໃດແດີ່? (ໃຫ້ນັກຮຽນ 3-4 ຄົນຕອບ). • ຄາດໝາຍການຕອບ: ທັກສະການຮຽນຮູ້ພາສາລາວມີ 4 ທັກສະຄື: ການອີ່ານ, ການຂຽນ, ການເວົ້າ, ການຟັງ. ➢ ກິດຈະກໍາ 2: ນໍາໃຊຶ້ການສອນແບບສົນທະນາເປັນກຸູ່ມຍູ່ອຍ ( 40 ນາທີ) ຂັຶ້ນຕອນ 1: ຄູແບີ່ງນັກຮຽນອອກເປັນ 4-6 ກຸີ່ມ ຕາມຄວາມເໝາະສົມ. ຂັຶ້ນຕອນ 2: ຄູຂຽນຄໍາຖາມໃສີ່ກະດານ: 1. ຄໍາຮ້ອຍແກ້ວແມີ່ນຄໍາແນວໃດ? 2. ຫຼັກການອີ່ານຄໍາຮ້ອຍແກ້ວມີແນວໃດ? 3. ການອີ່ານຄໍາຮ້ອຍແກ້ວມີຄວາມສໍາຄັນແນວໃດໃນຊີວິດປະຈໍາວັນ? ຂັຶ້ນຕອນ 3: ຄູໃຫ້ແຕີ່ລະກຸີ່ມສົນທະນາທັງ 3 ຄໍາຖາມ ເພືີ່ອປຽບທຽບຄວາມເຂົ້າໃຈລະຫວີ່າງກຸີ່ມ ຕີ່າງໆ. ຂັຶ້ນຕອນ 4: ໃຫ້ນັກຮຽນແຕີ່ລະກຸີ່ມຂຽນຄໍາຕອບໃສີ່ເຈ້ຍ ຕາມຄວາມເຂົ້າໃຈທີີ່ໄດ້ສົນທະນາກັນ. ຂັຶ້ນຕອນ 5: ຕາງໜ້າກຸີ່ມ ອີ່ານຄໍາຕອບໃຫ້ກຸີ່ມອືີ່ນໆຟັງ, ກຸີ່ມອືີ່ນປະກອບຄໍາເຫັນ. ຂັຶ້ນຕອນ 6: ຄູ ແລະ ນັກຮຽນສະຫຼຸບຄໍາຕອບໃຫ້ເປັນເອກະພາບກັນ. ຂັຶ້ນຕອນ 7: ແນະນໍາໃຫ້ນັກຮຽນບັນທຶກຄໍາຕອບໃສີ່ປຶ້ມຂອງຕົນ. • ຄາດໝາຍການຕອບ: 1. ຄໍາຮ້ອຍແກ້ວແມູ່ນບົດປະເພດບົດທີີ່ຂຽນເປັນຄໍາເວົ້າທໍາມະດາ ໂດຍບໍີ່ບັງຄັບການສໍາຜັດຄື ປະເພດ ຄໍາຮ້ອຍກອງເຊັີ່ນ: ບົດຂີ່າວ, ບົດຄວາມ, ບົດແຈ້ງການ, ບົດຖະແຫຼງການ, ບົດວິຈານ ເຫດການ, ນິທານ, ເລືີ່ອງສັ້ນ ແລະ ອືີ່ນໆ.