ມ2 ພາກທີ 1 ບົດທີ 1-10 ໝົດຫົວ 64 ໜ້າ - PDF to Video
Published on Sep 01, 2026
Description:
ປ ຶ້ມຄ ູ່ມືຄ
ພາສາລາວ
ຊັຶ້ນມັດທະຍົມສ ກສາ ປີທີ 2
(ສະບັບທົດລອງ ພາກຮຽນທີ I)
ກະຊວງສ ກສາທິການ ແລະ ກິລາ
ສະຖາບັນຄົຶ້ນຄວຶ້າວິທະຍາສາດການສ ກສາ
2022ປ ຶ້ມຄ ູ່ມືຄ
ພາສາລາວ
ຊັຶ້ນມັດທະຍົມສ ກສາ ປີທີ 2
(ສະບັບທົດລອງ ພາກຮຽນທີ I)
ຮຽບຮຽງໂດຍ: ບຸນລ້ອມ ສີບຸນເຮືອງ
ຄໍາເວີນ ພັນມາລາ
ບຸນຫຼາຍ ທຽວມາລາວົງ
ທີີ່ປຶກສາ: ປິງຄໍາ ສີສຸວັນ
ຮສ. ຄໍາຮຸີ່ງ ແສນມະນີ
ກາລະທອນ ກວຍເກສອນ
ກວດແກ້ໂດຍ: ປອ. ອີ່ອນແກ້ວ ນວນນະວົງ
ພອນສິຣິ ອຸໄທວັນ
ໂດຍການຮີ່ວມມືຈາກ: ແຫວນເພັດ ສີສຸລາດ
ພວງສຸກ ໄຊຍະບຸນ
ສຸລິກັນ ທໍາມະວົງ
ພິມເຂົ້າໜ້າໂດຍ: ຮິີ່ນພັນ ພົນລໍາເງິນ.
ກະຊວງສຶກສາທິການ ແລະ ກິລາ
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ
2022ຄໍານໍາ
ເພືີ່ອເປັນການປັບປຸງການຮຽນການສອນພາສາລາວໃຫ້ມີຄຸນນະພາບ ແລະ ຊີ່ວຍຄູໃນການສ
ສອນແບບເອົານັກຮຽນເປັນໃຈກາງ ການນໍາໃຊ້ຍຸດທະວິທີ ເຕັກນິກເຂົ້າໃນການສອນ. ສະຖາບັນຄົ້ນຄວ້າ
ວິທະຍາສາດການສຶກສາ ໄດ້ສໍາເລັດການຮຽບຮຽງປຶ້ມຄູີ່ມືຄູພາສາລາວຊັ້ນມັດທະຍົມສຶກສາປີທີ 2
ສະບັບທົດລອງເພືີ່ອໃຫ້ຄູໄດ້ນໍາໃຊ້ເຂົ້າໃນການສອນ. ປຶ້ມນີ້ໄດ້ປະຕິບັດການສອນແບບເອົານັກຮຽນ
ເປັນໃຈກາງ ໂດຍເລືອກເອົາຍຸດທະວິທີ ທີີ່ສອດຄີ່ອງກັບແຕີ່ລະເນື້ອໃນມາເປັນກິດຈະກໍາໃນການສອນ.
ການຮຽບຮຽງປຶ້ມຄູີ່ມືຄູສະບັບນີ້ໄດ້ຮັບການຮີ່ວມມືຈາກຫຼາຍພາກສີ່ວນເຊັີ່ນ: ກົມສາມັນສຶກສາ,
ມະຫາວິທະຍາໄລແຫີ່ງຊາດ, ຄູສອນຈາກໂຮງຮຽນມັດທະຍົມສົມບູນວຽງຈັນ ແລະ ຜູ້ຊີ່ຽວຊານວິຊາ
ພາສາລາວໃນໂຄງການ. ປຶ້ມຄູີ່ມືຄູພາສາລາວທີີ່ມີຢູີ່ແລ້ວກໍເວົ້າວີ່າ ນໍາໃຊ້ການສອນແບບເອົານັກຮຽນ
ເປັນໃຈກາງ ແຕີ່ວີ່າ,ການສອນຕົວຈິງຄູຍັງບໍີ່ໄດ້ໃຊ້ວິທີການທີີ່ຫຼາກຫຼາຍ, ບໍີ່ໄດ້ກໍານົດກິດຈະກໍາໃຫ້
ນັກຮຽນໄດ້ປະຕິບັດ ເພືີ່ອບົີ່ງບອກວີ່າການຮຽນທີີ່ເອົານັກຮຽນໃຈກາງ. ບາງກິດຈະກໍາທີີ່ເຮັດໄດ້ກໍຍັງບໍີ່
ທັນຊັດເຈນ ຫຼືໄດ້ແຕີ່ຮູບນອກດ້ານເນື້ອໃນຍັງບໍີ່ໄດ້ເຊັີ່ນ: ກິດຈະກໍາກຸີ່ມ ກໍພຽງແຕີ່ເອົານັກຮຽນນັີ່ງເປັນ
ກຸີ່ມແລ້ວ ຄູກໍສອນໄປຕາມຮູບການເດີມຈົນນັກຮຽນບໍີ່ໄດ້ເຮັດກິດຈະກໍາ ທີີ່ບົີ່ງບອກເຖິງຄວາມຮູ້ທີີ່ໄດ້ຕັ້ງ
ໜ້າເປັນເຈົ້າການຮຽນເອົາຄວາມຮູ້. ປຶ້ມຄູີ່ມືຄູຫົວນີ້ ຈະຊີ່ວຍໃຫ້ການປະຕິບັດຕາມຍຸດທະສາດການສອນ
ແບບເອົານັກຮຽນເປັນໃຈກາງປະສົບຜົນສໍາເລັດ ດ້ວຍນໍາໃຊ້ຍຸດທະວິທີຫຼາຍຮູບແບບທີີ່ສອດຄີ່ອງກັບ
ເນື້ອໃນການຮຽນມາເປັນກິດຈະກໍາການສອນ ເຊັີ່ນ: ວິທີສອນແບບປະຕິສໍາພັນ, ລະດົມສະໝອງ,
ຄົ້ນຄວ້າເປັນກຸີ່ມ, ຄິດເອງ, ສົນທະນາເປັນຄູີ່, ແລກປີ່ຽນກັບໝູີ່ເພືີ່ອນ, ຖາມ-ຕອບ, ໃຫ້ຄໍາແນະນໍາ, ເຮັດ
ກິດຈະກໍາ, ກວດຜົນງານ, ປັບປຸງແກ້ໄຂ, ສະທ້ອນໃຫ້ເຫັນຄວາມຮູ້ທີີ່ຖືກຕ້ອງ ແລະ ອືີ່ນໆ ເພືີ່ອເອົາມາ
ເປັນກິດຈະກໍາໃຫ້ນັກຮຽນໄດ້ປະຕິບັດຢີ່າງຕັ້ງໜ້າເພືີ່ອບັນລຸຕາມຈຸດປະສົງ.
ໂຄງສ້າງປຶ້ມຄູີ່ມືຄູນີ້ໄດ້ແນະນໍາເປັນພາກຕາມເນື້ອໃນຂອງປຶ້ມແບບຮຽນ: ພາກທີ I ການອີ່ານ,
ພາກທີ II ການຂຽນ/ຫັດແຕີ່ງ, ພາກທີ III ການຟັງ ແລະ ການເວົ້າ, ພາກທີIV ຫຼັກການໃຊ້ພາສາ. ແຕີ່
ລະພາກປະກອບດ້ວຍ 3 ຫົວຂໍ້ບົີ່ງບອກເນື້ອໃນທີີ່ສໍາຄັນຄື:
I. ຜົນສໍາເລັດທາງດ້ານການຮຽນ.
II. ສະມັດຖະພາບທາງດ້ານການຮຽນ.
III. ແຜນການຈັດການຮຽນການສອນແຕີ່ລະບົດໂດຍລະອຽດ.
ເຖິງຢີ່າງໃດກໍຕາມ ການຮຽບຮຽງປຶ້ມຄູີ່ມືຄູໃນຄັ້ງນີ້ ກໍຄົງບໍີ່ປາສະຈາກຂໍ້ຂາດຕົກບົກພີ່ອງໄດ້ຍ້ອນ
ເຫດຜົນທາງດ້ານປະສົບການ ແລະ ເວລາການຮຽບຮຽງກໍຈໍາກັດ. ສະນັ້ນ, ໃນບັ້ນການທົດລອງນໍາໃຊ້
ປຶ້ມແນະນໍາຄູໃນພາກຮຽນທີ 1 ຂອງສົກຮຽນ 2021-22 ນີ້ ຂໍໃຫ້ຄູອາຈານຜູ້ນໍາໃຊ້ຕົວຈິງ ແລະ ທຸກ
ພາກສີ່ວນທີີ່ກີ່ຽວຂ້ອງກັບການທົດລອງຊີ່ວຍໃຫ້ຄໍາແນະນໍາ ປະກອບຄໍາຄິດເຫັນ ແລະ ຕໍານິຕິຊົມ ເພືີ່ອ
ຄະນະຮຽບຮຽງຈະໄດ້ປັບປຸງແກ້ໄຂໃຫ້ດີຂຶ້ນ ແລ້ວຈັດພິມອອກນໍາໃຊ້ຂັ້ນຕໍີ່ໄປ.
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາສາລະບານ
ໜຶ້າ
ພາກທີ I ການອູ່ານ
I. ຜົນສໍາເລັດທາງດ້ານການຮຽນ 1
II. ສະມັດຖະພາບທາງດ້ານການຮຽນ 1
III. ກິດຈະກໍາການຮຽນການສອນ 2
ບົດທີ 1 ການອີ່ານ ຄໍາຮ້ອຍແກ້ວ 3
ບົດທີ 2 ການອີ່ານຄໍາຮ້ອຍກອງ 10
ພາກທີ II ການຂຽນ/ຫັດແຕູ່ງ
I. ຜົນສໍາເລັດທາງດ້ານການຮຽນ 15
II. ສະມັດຖະພາບທາງດ້ານການຮຽນ 15
III. ກິດຈະກໍາການຮຽນການສອນ 19
ບົດທີ 3 ການຂຽນບັດເຊີນ ແລະ ປະກາດແຈ້ງການ 20
ບົດທີ 4 ການຂຽນຄໍາຂວັນ, ຄໍາຄົມ ແລະ ຄະຕິພົດ 25
ບົດທີ 5 ການຂຽນໄປສະນີຍະບັດ ແລະ ຄໍາອວຍພອນ 30
ບົດທີ 6 ການຂຽນບົດບັນທຶກປະຈໍາວັນ 34
ບົດທີ 7 ການຂຽນຈົດໝາຍພົວພັນວຽກ 39
ບົດທີ 8 ການຂຽນບົດລາຍງານ 44
ບົດທີ 9 ການຂຽນສະແດງຄວາມຮູ້ສຶກຈາກປະສົບການ 49
ບົດທີ 10 ການຂຽນເລືີ່ອງຕາມຈິນຕະນາການ 541
I. ຜົນສໍາເລັດດຶ້ານການຮຽນ
1. ມາດຕະຖານເນືຶ້ອໃນ:
ນັກຮຽນສະແດງໃຫ້ເຫັນເຖິງຄວາມໝາຍຂອງຄໍາຮ້ອຍແກ້ວ, ຮ້ອຍກອງ, ຫຼັກການ ແລະ ວິທີ
ອີ່ານຄໍາຮ້ອຍແກ້ວ, ຮ້ອຍກອງ ແລະ ອີ່ານບົດທີີ່ປະພັນເປັນຄໍາຮ້ອຍແກ້ວ, ຮ້ອຍກອງປະເພດຕີ່າງໆ.
2. ມາດຕະຖານການປະຕິບັດ:
ນັກຮຽນສາມາດອະທິບາຍຄວາມໝາຍຂອງຄໍາຮ້ອຍແກ້ວ, ຮ້ອຍກອງ, ຮູ້ຫຼັກການ ແລະ ວິທີ
ອີ່ານຄໍາຮ້ອຍແກ້ວ, ຮ້ອຍກອງ ແລະ ສາມາດອີ່ານບົດທີີ່ປະພັນເປັນຄໍາຮ້ອຍແກ້ວ, ຮ້ອຍກອງປະເພດ
ຕີ່າງໆ.
II. ສະມັດຖະພາບດຶ້ານການຮຽນ
ເນືຶ້ອໃນ ສະມັດຖະພາບ
ວິຊາ: ພາສາລາວ ມ.2
ພາກທີ I ການອູ່ານ
ບົດທີ 1
ການອູ່ານຄໍາຮຶ້ອຍແກຶ້ວ
1. ຄວາມໝາຍຂອງຄໍາຮຶ້ອຍແກຶ້ວ
2. ຫ ັກການໃນການອູ່ານຄໍາຮຶ້ອຍແກຶ້ວ
3. ວິທີການອູ່ານຄໍາຮຶ້ອຍແກຶ້ວ
3.1 ການອີ່ານບົດຄວາມ
3.2 ການອີ່ານນິທານ
3.3 ການອີ່ານເລືີ່ອງສັ້ນ
•ອະທິບາຍ ແລະ ສະແດງໃຫ້ເຫັນຄວາມໝາຍ
ແລະ ຄວາມສໍາຄັນຂອງການອີ່ານຄໍາຮ້ອຍແກ້ວ
ໄດ້.
•ບອກຫຼັກການ ແລະ ວິທີການອີ່ານປະເພດຄໍາ
ຮ້ອຍແກ້ວໄດ້.
• ອີ່ານຄໍາຮ້ອຍແກ້ວໄດ້ລີ່ຽນໄຫຼ ແລະ ແຈີ່ມແຈ້ງ.
•ອະທິບາຍຄວາມໝາຍ ແລະ ຕີຄວາມ ຂອງບົດ
ຄວາມ, ເລືີ່ອງເລົີ່າ ແລະ ເລືີ່ອງສັ້ນໄດ້.
•ສະແດງການເຮັດວຽກແບບເປັນກຸີ່ມ ແລະ ມີ
ແນວຄິດສ້າງສັນ ໂດຍຜີ່ານການເຮັດກິດຈະກໍາ
ຂອງກຸີ່ມໄດ້.
•ຈັດແນວຄວາມຄິດຂອງຕົນ ແລະ ພັດທະນາ
ທັກສະການວິເຄາະ ແລະ ການຄົ້ນຄິດທີີ່ສໍາຄັນ
ຂອງການຕັດສິນໃຈໃນຊີວິດຈິງໄດ້.
ພາກທີI
ການອູ່ານ2
ບົດທີ 2
ການອູ່ານຄໍາຮຶ້ອຍກອງ
1. ຄວາມໝາຍຂອງຄໍາຮຶ້ອຍກອງ
2. ຫ ັກການໃນການອູ່ານຄໍາຮຶ້ອຍກອງ
3. ວິທີອູ່ານຄໍາຮຶ້ອຍກອງ
3.1 ການອີ່ານກາບ
3.2 ການອີ່ານກອນ
3.3 ການອີ່ານໂຄງ
3.4 ການອີ່ານສານ
• ອະທິບາຍ ແລະ ສະແດງໃຫ້ເຫັນຄວາມໝາຍ
ຂອງຄໍາຮ້ອຍກອງໄດ້.
•ບອກຫຼັກການ ແລະ ວິທີຂອງການອີ່ານ
ປະເພດຄໍາຮ້ອຍກອງໄດ້.
• ອີ່ານອອກສຽງຄໍາຮ້ອຍກອງຖືກຈັງຫວະ,
ອີ່ອນໂຍນ, ແຈີ່ມແຈ້ງ ແລະ ອະທິບາຍຄວາມ
ໝາຍໄດ້.
•ສະແດງການເຮັດວຽກແບບເປັນກຸີ່ມ ແລະ ມີ
ແນວຄິດສ້າງສັນ ໂດຍຜີ່ານການເຮັດກິດຈະກໍາ
ຂອງກຸີ່ມໄດ້.
• ຈັດແນວຄວາມຄິດຂອງຕົນ ແລະ ພັດທະນາ
ທັກສະການວິເຄາະ ແລະ ການຄົ້ນຄິດທີີ່ສໍາຄັນ
ຂອງການຕັດສິນໃຈໃນຊີວິດຈິງໄດ້.
III. ກິດຈະກໍາການຈັດການຮຽນການສອນ
ການສອນທີີ່ເນັ້ນເອົານັກຮຽນເປັນໃຈກາງ ໂດຍນໍາໃຊ້ວິທີການສອນ 15 ວິທີ ເຊັີ່ນ: ວິທີການສອນ
ແບບສົນທະນາເປັນກຸີ່ມຍີ່ອຍ ແລະ ການສອນແບບສົນທະນາກຸີ່ມໃຫຍີ່ໃນພາກນີ້ ຈະໄດ້ຮຽນຮູ້ກີ່ຽວກັບ
ການອີ່ານຄໍາຮ້ອຍແກ້ວ ແລະ ຮ້ອຍກອງ ເຊິີ່ງແບີ່ງອອກເປັນສອງບົດ ຄື: ການອີ່ານຄໍາຮ້ອຍແກ້ວ ແລະ
ຄໍາຮ້ອຍກອງ.3
ບົດທີ 1: ນັກຮຽນຈະໄດ້ຮຽນຮູ້ຄວາມໝາຍຂອງຄໍາຮ້ອຍແກ້ວ, ຫຼັກການ ແລະ ວິທີອີ່ານຄໍາຮ້ອຍ
ແກ້ວປະເພດ ບົດຄວາມ, ນິທານ ແລະ ເລືີ່ອງສັ້ນ. ນັກຮຽນຈະໄດ້ເຮັດກິດຈະກໍາລວມກຸີ່ມ ເພືີ່ອອີ່ານ
ປະເພດບົດຄໍາຮ້ອຍແກ້ວເຫຼົີ່ານັ້ນໃຫ້ລີ່ຽນໄຫຼ ແລະ ສາມາດສະຫຼຸບເນື້ອເລືີ່ອງໄດ້.
ບົດທີ 2: ນັກຮຽນຈະໄດ້ຮຽນຮູ້ຄວາມໝາຍຂອງຄໍາຮ້ອຍກອງ, ຫຼັກການ ແລະ ວິທີອີ່ານຄໍາຮ້ອຍ
ກອງປະເພດກາບ, ກອນ, ໂຄງ, ສານ ຕີ່າງໆ. ນັກຮຽນຈະໄດ້ເຮັດກິດຈະກໍາລວມກຸີ່ມ ເພືີ່ອອີ່ານປະເພດ
ບົດຄໍາຮ້ອຍກອງເຫຼົີ່ານັ້ນໃຫ້ລີ່ຽນໄຫຼ, ຖືກຈັງຫວະ ແລະ ສາມາດສະຫຼຸບເນື້ອເລືີ່ອງໄດ້.4
ເວລາ 6 ຊົູ່ວໂມງ
1. ຈຸດປະສົງ:
ໃຫ້ນັກຮຽນສາມາດ:
- ອະທິບາຍ ແລະ ສະແດງໃຫ້ເຫັນຄວາມໝາຍ ແລະ ຄວາມສໍາຄັນຂອງການອີ່ານຄໍາຮ້ອຍ
ແກ້ວໄດ້.
- ບອກຫຼັກການ ແລະ ວິທີການອີ່ານປະເພດຄໍາຮ້ອຍແກ້ວໄດ້.
- ອີ່ານຄໍາຮ້ອຍແກ້ວໄດ້ລີ່ຽນໄຫຼ ແລະ ແຈີ່ມແຈ້ງ.
- ອະທິບາຍຄວາມໝາຍ ແລະ ຕີຄວາມ ຂອງບົດຄວາມ, ເລືີ່ອງເລົີ່າ ແລະ ເລືີ່ອງສັ້ນໄດ້.
- ສະແດງການເຮັດວຽກເປັນກຸີ່ມ ແລະ ມີແນວຄິດສ້າງສັນໂດຍຜີ່ານການເຮັດກິດຈະກໍາຂອງ
ກຸີ່ມໄດ້.
- ຈັດແນວຄວາມຄິດຂອງຕົນ ແລະ ພັດທະນາທັກສະການວິເຄາະ ແລະ ການຄົ້ນຄິດທີີ່ສໍາຄັນ
ຂອງການຕັດສິນໃຈໃນຊີວິດຈິງໄດ້.
2. ເນືຶ້ອໃນ
ຄໍາຮ້ອຍແກ້ວ ແມີ່ນບົດທີີ່ຂຽນເປັນຄໍາເວົ້າທໍາມະດາ ໂດຍບໍີ່ບັງຄັບການສໍາຜັດຄືປະເພດຄໍາຮ້ອຍ
ກອງ ການອີ່ານຄໍາຮ້ອຍແກ້ວຕ້ອງອີ່ານໃຫ້ຖືກຕ້ອງຕາມອັກຂະຫຼະວິທີ ແລະ ສຽງຂອງພາສາ ເຊັີ່ນ: ອີ່ານ
ບົດຂີ່າວ, ບົດຄວາມ, ບົດແຈ້ງການ, ບົດຖະແຫຼງການ, ບົດວິຈານເຫດການ, ນິທານ, ເລືີ່ອງສັ້ນ ແລະ
ອືີ່ນໆ ເຮັດໃຫ້ຜູ້ຟັງມີຄວາມຮູ້ດ້ານວິຊາການ, ປະທັບໃຈ, ສະເທືອນໃຈ ແລະ ໃຫ້ຄຸນຄີ່າທາງອາລົມຈິດ.
3. ສືູ່ການຮຽນການສອນ
- ປຶ້ມແບບຮຽນ ແລະ ຄູີ່ມືຄູພາສາລາວຊັ້ນ ມ.2
- ວັດຈະນານຸກົມພາສາລາວ.
- ປຶ້ມເລືີ່ອງ, ນິທານ, ບົດຄວາມໃນໜັງສືພິມ ຫຼື ວາລະສານຕີ່າງໆຂອງລາວ.
ບົດທີ1
ການອູ່ານຄໍາຮຶ້ອຍແກຶ້ວ5
4. ກິດຈະກໍາການຮຽນການສອນ
ຊົູ່ວໂມງທີ 1 (ໃຊຶ້ເວລາ 50 ນາທີ)
ຄວາມໝາຍ ແລະ ຫ ັກການອູ່ານຄໍາຮຶ້ອຍແກຶ້ວ
➢ ກິດຈະກໍາ 1: ທວນຄືນບົດຮຽນເກົູ່າ (10 ນາທີ)
ຄສູ ະເໜີມື້ນີ້ແມີ່ນຊົີ່ວໂມງທໍາອິດຂອງການຮຽນພາສາລາວຊັ້ນ ມ.2. ຜີ່ານມານັກຮຽນກໍເຄີຍ
ໄດ້ຮຽນຢູີ່ຊັ້ນ ມ.1 ແລ້ວ. ສະນັ້ນ, ຄູຈະຖາມວີ່າ: ນັກຮຽນໄດ້ຮຽນຮູ້ຫຍັງແດີ່ກີ່ຽວກັບພາສາລາວ? (ໃຫ້
ນັກຮຽນ 3-4 ຄົນຕອບຕາມຄວາມເຂົ້າໃຈ) ຄູຕິດຕາມຄໍາຕອບຂອງນັກຮຽນ, ຄູຖາມຕໍີ່ວີ່າ: ນັກຮຽນເຄີຍ
ໄດ້ຍິນຄໍາວີ່າ: ທັກສະການຮຽນພາສາລາວ ຫຼື ບໍີ່? ຖ້າເຄີຍໄດ້ຍິນຈົີ່ງບອກມາເບິີ່ງວີ່າມີທັກສະໃດແດີ່?
(ໃຫ້ນັກຮຽນ 3-4 ຄົນຕອບ).
• ຄາດໝາຍການຕອບ:
ທັກສະການຮຽນຮູ້ພາສາລາວມີ 4 ທັກສະຄື: ການອີ່ານ, ການຂຽນ, ການເວົ້າ, ການຟັງ.
➢ ກິດຈະກໍາ 2: ນໍາໃຊຶ້ການສອນແບບສົນທະນາເປັນກຸູ່ມຍູ່ອຍ ( 40 ນາທີ)
ຂັຶ້ນຕອນ 1: ຄູແບີ່ງນັກຮຽນອອກເປັນ 4-6 ກຸີ່ມ ຕາມຄວາມເໝາະສົມ.
ຂັຶ້ນຕອນ 2: ຄູຂຽນຄໍາຖາມໃສີ່ກະດານ:
1. ຄໍາຮ້ອຍແກ້ວແມີ່ນຄໍາແນວໃດ?
2. ຫຼັກການອີ່ານຄໍາຮ້ອຍແກ້ວມີແນວໃດ?
3. ການອີ່ານຄໍາຮ້ອຍແກ້ວມີຄວາມສໍາຄັນແນວໃດໃນຊີວິດປະຈໍາວັນ?
ຂັຶ້ນຕອນ 3: ຄູໃຫ້ແຕີ່ລະກຸີ່ມສົນທະນາທັງ 3 ຄໍາຖາມ ເພືີ່ອປຽບທຽບຄວາມເຂົ້າໃຈລະຫວີ່າງກຸີ່ມ
ຕີ່າງໆ.
ຂັຶ້ນຕອນ 4: ໃຫ້ນັກຮຽນແຕີ່ລະກຸີ່ມຂຽນຄໍາຕອບໃສີ່ເຈ້ຍ ຕາມຄວາມເຂົ້າໃຈທີີ່ໄດ້ສົນທະນາກັນ.
ຂັຶ້ນຕອນ 5: ຕາງໜ້າກຸີ່ມ ອີ່ານຄໍາຕອບໃຫ້ກຸີ່ມອືີ່ນໆຟັງ, ກຸີ່ມອືີ່ນປະກອບຄໍາເຫັນ.
ຂັຶ້ນຕອນ 6: ຄູ ແລະ ນັກຮຽນສະຫຼຸບຄໍາຕອບໃຫ້ເປັນເອກະພາບກັນ.
ຂັຶ້ນຕອນ 7: ແນະນໍາໃຫ້ນັກຮຽນບັນທຶກຄໍາຕອບໃສີ່ປຶ້ມຂອງຕົນ.
• ຄາດໝາຍການຕອບ:
1. ຄໍາຮ້ອຍແກ້ວແມູ່ນບົດປະເພດບົດທີີ່ຂຽນເປັນຄໍາເວົ້າທໍາມະດາ ໂດຍບໍີ່ບັງຄັບການສໍາຜັດຄື
ປະເພດ ຄໍາຮ້ອຍກອງເຊັີ່ນ: ບົດຂີ່າວ, ບົດຄວາມ, ບົດແຈ້ງການ, ບົດຖະແຫຼງການ, ບົດວິຈານ
ເຫດການ, ນິທານ, ເລືີ່ອງສັ້ນ ແລະ ອືີ່ນໆ.